ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 643 ສໍາເລັດທາບທາມບຸກຄະລາກອນ ສະໄໝທີ VII ຮອບທີ II


ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ວັນທີ 29 ມີນາ 2024 ທີ່ຜ່ານມານີ້, ຢູ່ສະໂມສອນກອງພັນໃຫຍ່ 643 ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນ ສະໝັກຮັບເລືອກ
ຕັ້ງເຂົ້າເປັນຄະນະບໍລິຫານງານພັກ ສະໄໝທີ VII, ຮອບທີ II, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳ
ມະນີ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນໂທ ບຸນມີ ດວງມະນີ
ຈັນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ ແລະ ສະຫາຍ ພັນເອກ ບົວລອຍ ດວງລາວົງ ຮອງເລຂາຄະນະພັກ ຫົວໜ້າການທະຫານ
ກອງພັນໃຫຍ່ 643 ມີຄະນະພັກຂັ້ນກອງພັນໃຫຍ່, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ, ພະນັກງານຫຼັກແຫຼ່ງໃນທົ່ວກົມ
ກອງ ເຂົ້າຮ່ວມ.

     ໂອກາດນີ້ ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 643 ໄດ້ກ່າວເປີດກອງປະຊຸມທາບ
ທາມ ຄະນະພັກກອງພັນໃຫຍ່ ຂຶ້ນຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດການຈັດ
ຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ໃນນີ້ອັນພົ້ນ
ເດັ່ນແມ່ນວຽກງານປັບປຸງກໍ່ສ້າງພັກກໍ່ສ້າງກໍາລັງ, ເຊິ່ງໄດ້ຕັ້ງໜ້າສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ພະນັກງານສະມາຊິກພັກມີຄວາມ
ເຂັ້ມແຂງໜັກແໜ້ນ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ພາຍໃນພັກ, ເສີມຂະຫຍາຍຄວາມສາມັກຄີພາຍໃນເປັນປຶກແຜນ,
ຫ້າວຫັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ນອກນີ້ ຍັງໄດ້ເອົາໃຈໃສ່ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ, ເຮັດໃຫ້ການຈັດຕັ້ງ
ພັກມີຄວາມເຕີບໃຫຍ່ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ, ຕິດພັນກັບການປັບປຸງກໍ່ສ້າງພື້ນຖານໂຄງລ່າງ, ປູກຝັງ-ລ້ຽງສັດ ສາມາດ
ຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ນັບມື້ດີຂຶ້ນເປັນກ້າວໆ, ພ້ອມດຽວກັນນີ້ປະທານກອງປະຊຸມ ຍັງໄດ້ຊີ້ນໍາ ແລະ ມີຄຳ
ເຫັນໂອ້ລົມ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນຍິ່ງ ເພາະເປັນການປະຕິບັດຕາມລະບຽບຫຼັກການ
ຈັດຕັ້ງນຳພາຂອງພັກ, ແນໃສ່ປັບປຸງກໍ່ສ້າງພັກທາງດ້າການເມືອງ-ນຳພາແນວຄິດ, ການຈັດຕັ້ງ, ແບບແຜນການນຳພາ, ແບບແຜນວິທີເຮັດວຽກ,
ທັງເປັນບັ້ນດຳເນີນຊີວິດການເມືອງພາຍໃນພັກ, ເພື່ອສຳຫຼວດກວດກາຄືນການຈັດຕັ້ງປະຕິບັດມະຕິຕ່າງໆ ຂອງຄະນະພັກຂັ້ນເທິງກໍ່ຄືມະຕິຂອງ
ຄະນະພັກຂອງຕົນ, ເປັນການຍົກສູງຄຸນນະພາບ, ບົດບາດ, ຄວາມສາມາດການນຳພາຂອງຄະນະພັກ, ເປັນການປົວແປງພາຍໃນພັກ, ປັບປຸງທັດ
ສະນະຫຼັກໝັ້ນຂອງພັກ, ຕິດພັນກັບຂະບວນການ, ການດຳເນີນທາບທາມບຸກຄະລາກອນຕາມຂັ້ນຕອນຢ່າງມີ ປະຊາທິປະໄຕຖືກຕ້ອງຕາມລະ
ບຽບຫຼັກການຂອງພັກ.

     ກອງປະຊຸມບັນດາສະຫາຍຜູ້ແທນສົມບູນທີ່ຕາງໜ້າໃຫ້ສະມາຊິກພັກທົ່ວ ກອງພັນໃຫຍ່ 643 ກໍໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດທາບ
ທາມເອົາບຸກຄະລາກອນ ທີ່ຈະສະໜັກຮັບເລືອກຕັ້ງເຂົ້າເປັນຄະນະບໍລິຫານງານພັກກອງພັນໃຫຍ່ 643 ຮອບທີ II ສະໄໝທີ Vll ໄດ້ສໍາເລັດລົງ
ຕາມແຜນການ.

ແຫຼ່ງຂ່າວໂດຍ ຄໍາໝັ້ນ ຄົງວິໄລ
ວັນທີ 03/04/2024